ຈັດຝຶກອົບຮົມລະບົບຄຸ້ມຄອງຈັດການສິ່ງແວດລ້ອມ ແລະ ສັງຄົມ ພາຍໃຕ້ໂຄງການ MSME A2F-ESR.

ຈັດຝຶກອົບຮົມລະບົບຄຸ້ມຄອງຈັດການສິ່ງແວດລ້ອມ ແລະ ສັງຄົມ ພາຍໃຕ້ໂຄງການ MSME A2F-ESR.

ຝຶກອົບຮົມ

ໃນວັນທີ 03 ພະຈິກ 2022 ທີ່ ແຂວງຈໍາປາສັກ, ໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ ຫຼື MSME) ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR), ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ ຝຶກອົບຮົມ ວຽກງານລະບົບຄຸ້ມຄອງຈັດການສິ່ງແວດລ້ອມ ແລະ ສັງຄົມ ໃຫ້ກັບບັນດາສາຂາ ຂອງ 04 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການປະຈໍາແຂວງພາກໃຕ້ຄື ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປະສັກ, ຊຶ່ງລວມມີ ທະນາຄານມາຣູຮານເຈແປນ ລາວ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານຊາຄອມແບັງ ລາວ ແລະ ທະນາຄານຫວຽດຕິນ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງລັດທະນາ ດວງບຸບຜາ, ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຮອງຫົວໜ້າໂຄງການ MSME A2F-ESR ແລະ ທ່ານ ເພັດສາຄອນ ຄໍສີສະຫວັດ, ຮອງຫົວໜ້າພະເເນກ ອຸດສາຫະກໍາ ເເລະ ການຄ້າ ເເຂວງຈໍາປາສັກ, ດໍາເນີນການຝຶກອົບຮົມໂດຍ ພະນັກງານວິຊາການສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການ ແລະ ທີມງານຊ່ຽວຊານຈາກທະນາຄານໂລກ ໂດຍເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ, ພ້ອມດ້ວຍຜູ້ເຂົ້າຮ່ວມຝຶກອົບຮົມ ຈາກ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ລວມທັງໝົດ ຈໍານວນ 40 ທ່ານ.

ຈຸດປະສົົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ເຜີຍແຜ່ຫຼັກການ, ນະໂຍບາຍດ້ານການຄຸ້ມຄອງ ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະການສ້າງຄວາມສາມາດໃນການປະເມີນບັນຫາສິ່ງແວດລ້ອມ ແລະ ສັງຄົມ ທີ່ອາດຈະເກີດຂື້ນ ຈາກບັນດາຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ແກ່ບັນດາສະຖາບັນການເງິນທີເຂົ້າຮ່ວມໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຫຼັກປະຈໍາພາກໃຕ້.

ການປະເມີນ ແລະ ຄຸ້ມຄອງ ກ່ຽວກັບບັນຫາສິ່ງແວດລ້ອມ ແລະ ສັງຄົມ ຂອງບາງຫົວໜ່ວຍທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການທີ່ຜ່ານມາ ໄດ້ມີການລິເລີ່ມມາໄລຍະໜຶ່ງແລ້ວ ໃນຂັ້ນສູນກາງ ໂດຍສະເພາະແມ່ນທີ່ນະຄອນຫຼວງວຽງຈັນ, ແຕ່ເນື່ອງຈາກວ່າບັນດາສາຂາທີ່ຢູ່ຕ່າງແຂວງ ແມ່ນຍັງບໍ່ທັນມີປະສົບການທີ່ພຽງພໍໃນການຈັດຕັ້ງປະຕິບັດຕົວຈິງ.

ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ນໍາສະເໜີພາບລວມກອບສິ່ງແວດລ້ອມ ແລະ ສັງຄົມ; ນໍາສະເໜີບົດແຜນຕິດຕາມຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ; ນໍາສະເໜີຫຼັກການ ວິເຄາະ ແລະ ຈັດປະເພດຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະແມ່ນສຸມໃສ່ ຝຶກວິທີການຕື່ມຂໍ້ມູນໃນແບບຟອມ ສິ່ງແວດລ້ອມ ແລະ ສັງຄົມ ເພື່ອປະກອບເຂົ້າໃນບົດຂໍສິນເຊື່ອ. ນອກຈາກນີ້ ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາ ພາຍຫຼັງສິ້ນສຸດການຝືກອົບຮົມຜູ້ເຂົ້າຮ່ວມຈະໄດ້ນໍາເອົາບັນດາຄວາມຮູ້ ແລະ ບົດຮຽນ ເພື່ອນໍາໄປໝູນໃຊ້ເຂົ້າໃນການເຮັດວຽກງານຂອງຕົນທີ່ຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ.

ສະໜັບສະໜູນໂດຍ: ໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19 (MSME A2F-ESR).