ນະໂຍບາຍ ແລະ ກິດຈະການສົ່ງເສີມ ວນກ

7 ນະໂຍບາຍ ທີ່ໄດ້ກຳນົດໃນແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025

  1. ນະໂຍບາຍພັດທະນາຜູ້ປະກອບກິດຈະກິດຈະການ;

  2. ນະໂຍບາຍສົ່ງເສີມການເຂົ້າເຖິງແຫລ່ງທຶນ;

  3. ນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກໍາ;

  4. ນະໂຍບາຍສົ່ງເສີມການເຂົ້າເຖິງການບໍລິການວິຊາການເພື່ອພັດທະນາທຸລະກິດ;

  5. ນະໂຍບາຍສົ່ງເສີມການເຂົ້າເຖິງ ແລະ ຂະຫຍາຍ ຕະຫລາດ;

  6. ນະໂຍບາຍສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດ;

  7. ນະໂຍບາຍພາສີ-ອາກອນ ແລະ ດ້ານການເງິນ.

18 ນະໂຍບາຍສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສະບັບປັບປຸງ)

  1. ການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການດໍາເນີນທຸລະກິດ;

  2. ການເຂົ້າຫາແຫຼ່ງທຶນ;

  3. ການໃຫ້ນະໂຍບາຍດ້ານພາສີ, ອາກອນ ແລະ ບັນຊີ;

  4. ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການ;

  5. ການບໍລິການວິຊາການ ເພື່ອພັດທະນາທຸລະກິດ;

  6. ການຮ່ວມມື ລະຫວ່າງ ຈນກ ກັບວິສາຫະກິດຂະໜາດໃຫຍ່;

  7. ການເພີ່ມຜະລິດຕະພາບ ແລະ ຄຸນນະພາບ;

  8. ການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ;

  9. ການຮ່ວມກຸ່ມທຸລະກິດ;

  10. ການພັດທະນາສະຖານທີ່ປະກອບກິດຈະການ;

  11. ການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແລະ ເປັນມິດຕໍ່ສິ່ງແວດລ້ອມ;

  12. ການນຳໃຊ້ ແລະ ການປົກປ້ອງສິດທາງດ້ານຊັບສິນທາງປັນຍາ;

  13. ການສະໜອງ ແລະ ເຂົ້າເຖິງຂໍ້ມູນຂ່າວສານ;

  14. ການສົ່ງເສີມ ປັດໄຈດ້ານການຜະລິດ;

  15. ການສົ່ງເສີມການປະດິດ ແລະ ນໍາໃຊ້ນະວັດຕະກໍາ;

  16. ການສົ່ງເສີມທຸລະກິດແບບສະຕາດອັບ;

  17. ການເຂົ້າເຖິງການຈັດຊື້ຈັດຈ້າງ;

  18. ນະໂຍບາຍອື່ນ ທີ່ລັດຖະບານກໍານົດໃນແຕ່ລະໄລຍະ.