ທີ່ຕັ້ງ ແລະ ພາລະບົດບາດ

ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກສວ ສະບັບເລກທີ 0718/ອຄ.ກຈພງ, ລົງວັນທີ 05 ສິງຫາ 2020.

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຽນຫຍໍ້ “ກສວ”, ເປັນພາສາອັງກິດ Department of Small and Medium Enterprises Promotion “DOSMEP” ແມ່ນກົມວິຊາການ, ຊຶ່ງມີກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນການເງິນຂັ້ນສອງ ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂອງກະ ຊວງອຸດສາຫະກໍາ ແລະ ການຄ້າ ແລະ ຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກ ແລະ ຄະນະນໍາກະຊວງ.

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ມີພາລະບົດບາດເປັນເສນາທິການໃຫ້ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບວຽກງານແຜນການ ແລະ ສະຖິຕິວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານພັດທະນາຜູ້ປະກອບກິດຈະການ, ວຽກງານສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານຜະລິດຕະພາບ ແລະ ຄຸນນະພາບ ແລະ ວຽກງານສົ່ງເສີມການເຂົ້າເຖິງແຫຼ່ງທຶນ ຂອງວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ລວມທັງການຊີ້ນຳ, ຊຸກຍູ້ ແລະ ຕິດຕາມການເຄື່ອນໄຫວວຽກງານ ຂອງກອງເລຂາກອງທຶນ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ກສວ ເປັນໃຈກາງໃນການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັັດວຽກງານ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຜະລິດຕະພາບ ໂດຍຜ່ານການຄົ້ນຄວ້າສ້າງ, ປັບປຸງ ແລະ ຈັດ ຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ແຜນພັດທະນາ ແລະ ກົດໝາຍກ່ຽວກັບການສົ່ງເສີມວິສາຫະກິດຂະ
ໜາດນ້ອຍ ແລະ ກາງ, ການຕິດຕາມປະເມີນຜົນ ແລະ ລາຍງານສະພາບ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນແຕ່ລະໄລຍະ.

ກສວ ມີບົດບາດເປັນອົງການຜະລິດຕະພາບ ແຫ່ງ ສປປ ລາວ ຕາມການມອບໝາຍຂອງລັດຖະບານ ໃນ ຖານະເປັນພາຄີຂອງສົນທິສັນຍາວ່າດ້ວຍອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື APO).