ກ່ຽວກັບເວັບໄຊ ກສວ

ກສວ ​ແມ່ນ ກົມ​ວິຊາ​ການໜຶ່ງ​ ສັງກັດໃນໂຄງປະກອບກົງຈັກການຈັດ​ຕັ້ງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ມີຖານະເປັນການເງິນຂັ້ນສອງ ຊຶ່ງມີພາລະບົດບາດໃນການ​ຄຸ້ມ​ຄອງວຽກງານສົ່ງເສີມ ວນກ ໂດຍ​ການຄົ້ນ ຄວ້າ​ສ້າງ, ປັບປຸງ​ນະ​​ໂຍບາຍ, ​ແຜນ​ພັດທະນາ ​ແລະ ກົດໝາຍວ່າດ້ວຍການ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ແລະ ປະສານ​ສົມທົບກັບບັນດາ​ພາກສ່ວນຕ່າງໆ​ ເພື່ອ​ຈັດ​ຕັ້ງ​ປະຕິບັດ.

ນອກຈາກນັ້ນ, ກສວ ຍັງ​ມີ​ບົດບາດ​ເປັນອົງການຜະລິດຕະພາບແຫ່ງ ສປປ ລາວ ຕາມ​ການ​ມອບໝາຍ​ຂອງ​ລັດຖະບານໃນ​ຖານະ​ເປັນ​ພາຄີຂອງສົນທິສັນຍາວ່າດ້ວຍ​ອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization-APO) ໃນການເຮັດບົດບາດເປັນອົງການຜະລິດຕະພາບແຫ່ງຊາດລາວ ເພື່ອປະກອບສ່ວນເຄື່ອນໄຫວໃນການບໍລິຫານອົງການ APO ແລະ ຮ່ວມມືກັນຈັດຕັ້ງປະຕິບັດໂຄງການດ້ານວິຊາການ ເພື່ອພັດທະນາຄວາມສາມາດໃນການແຂ່ງຂັນຂອງຂະແໜງຕ່າງໆ ໂດຍສະເພາະ ແມ່ນ SME ໃນຂະແໜງອຸດສາຫະກຳ, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນໆ.

ກສວ ຍັງ​ເຮັດ​ໜ້າ​ທີ່​ເປັນກອງ​ເລຂາ ກອງ​ທຶນ​ສົ່ງ​ເສີມ ​ແລະ ພັດທະນາ ວນກ​​ (ທສວ) ຊຶ່ງເປັນການຈັດຕັ້ງການເງິນໜຶ່ງຂອງລັດ ທີ່ຂື້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຕາມດຳລັດ​ວ່າດ້ວຍກອງ​ທຶນ​ສົ່ງ​ເສີມ ​ແລະ ພັດທະນາ ວນກ​​ ສະບັບເລກທີ 123/ນຍ, ລົງວັນທີ 03 ມີນາ 2010. ຊຶ່ງເຮັດໜ້າທີ່ລະດົມທຶນຈາກຫຼາຍແຫຼ່ງທຶນທີ່ເປັນໄປໄດ້ ເພື່ອສະໜອງທຶນໃຫ້ແກ່ກິດຈະການສົ່ງເສີມ ວນກ ຕາມທີ່ໄດ້ກຳນົດໃນນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ ບໍ່ວ່າຈະເປັນກິດຈະການສົ່ງເສີມທາງດ້ານການເງິນ ແລະ ກິດຈະການສົ່ງເສີມທາງດ້ານວິຊາການ.