ໜ້າທີ່ຕົ້ນຕໍ ຂອງບັນດາພະແນກ

ພະແນກສັງລວມ

  1. ຄົ້ນຄວ້າກຳນົດຕຳແໜ່ງງານ, ສະເໜີຮັບພະນັກງານ, ຕິດຕາມການເລື່ອນຊັ້ນ-ຂັ້ນ ຂອງພະນັກງານ, ປະເມີນ ແລະ ກໍ່ສ້າງພະນັກງານ, ເກັບກຳຊີວະປະຫວັດ, ການເຄື່ອນໄຫວ ແລະ ຜົນງານຂອງພະນັກງານ ແລະ ວຽກງານອື່ນໆກ່ຽວກັບພະນັກງານ;
  2. ເຮັດໜ້າທີ່ເລຂານຸການ, ຂາເຂົ້າ-ຂາອອກ, ຄຸ້ມຄອງເອກະສານ, ຮັບຕ້ອນ ແລະ ປະຊາສຳພັນ, ຄຸ້ມຄອງຕິດຕາມບັນຊີທະນາຄານຂອງບັນດາໂຄງການພາຍໃຕ້ຂອບການຮ່ວມມືກັບອົງການ APO, ບັນຊີຊັບສິນ, ບຳລຸງຮັກສາພາຫະນະ ແລະ ວັດຖຸອຸປະກອນ, ປ້ອງກັນຄວາມປອດໄພ ແລະ ວຽກ ອື່ນໆ ກ່ຽວກັບການບໍລິຫານຫ້ອງການ ຂອງກົມ;
  3. ຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຕ່າງໆພາຍໃນ ກສວ ໃຫ້ສອດຄ່ອງໃນແຕ່ລະໄລຍະ;
  4. ຄົ້ນຄວ້າສ້າງແຜນຍຸດທະສາດສ້າງຄວາມເຂັ້ມແຂງ ຂອງກົມ ແລະ ແຜນການສົ່ງເສີມການເຮັດວຽກ ເປັນໜູ່ຄະນະ ໃນແຕ່ລະໄລຍະ;
  5. ສັງລວມ, ຕິດຕາມ ແລະ ອໍານວຍຄວາມສະດວກການຈັດຕັ້ງປະຕິບັດ ໂຄງການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ;
  6. ຄຸ້ມຄອງ ແລະ ປັບປຸງລະບົບເນັດເວີກ, ລະບົບໄອທີ ແລະ ເວັບໄຊ ຂອງກົມ;
  7. ເປັນຈຸດໃຈກາງວຽກງານໂຄສະນາປະຊາສຳພັນຂໍ້ມູນຂ່າວສານ ກ່ຽວກັບ ກສວ ຜ່ານສື່ຕ່າງໆ;
  8. ເປັນຈຸດປະສານງານ, ສັງລວມ ແລະ ສະຫຼຸບລາຍງານ ວຽກງານແຜນການລົງທຶນຂອງລັດ ແລະ ການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ແລະ ການປະສານງານກັບອົງການຈັດຕັ້ງສາກົນ;
  9. ສະຫຼຸບສັງລວມການເຄື່ອນໄຫວ ແລະ ແຜນການຕໍ່ໜ້າ ປະຈຳອາທິດ, ປະຈຳເດືອນ, ປະຈຳງວດ ແລະ ປະຈຳປີ ແລະ ວຽກງານສາມສ້າງ ຂອງກົມ;
  10. ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ ຂອງຄະນະກົມ, ບັນດາພະແນກ ແລະ ຊ່ຽວຊານ;
  11. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າກົມ.

ພະແນກແຜນການ ແລະ ສະຖິຕິ ວິສາຫະກິດຂະໜາດນ້ອຍ ແລະ ກາງ

  1. ສ້າງ, ປັບປຸງ ແລະ ເຜີຍແຜ່ນະໂຍບາຍ, ແຜນພັດທະນາ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ, ລວມທັງການຄົ້ນຄວ້າກຳນົດເງື່ອນໄຂການຈັດແບ່ງຂະໜາດ ຂອງວິ ສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສະເໜີລັດຖະບານພິຈາລະນາໃນແຕ່ລະໄລຍະ;
  2. ຄົ້ນຄວ້າສ້າງລະບົບເກັບກຳສະຖິຕິ ແລະ ສ້າງຖານຂໍ້ມູນວິສາຫະກິດຂະໜາດນ້ອຍ ແລະ ກາງ;
  3. ເກັບກຳ, ສ້າງບົດລາຍງານ ແລະ ເຜີຍແຜ່ ສະຖິຕິກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ປະ ຈຳງວດ ແລະ ປະຈໍາປີ;
  4. ສ້າງລະບົບຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ລະໄລຍະ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ;
  5. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດານະໂຍບາຍ, ແຜນພັດທະນາວິສາຫະກິດຂະ ໜາດນ້ອຍ ແລະ ກາງ ປະຈຳງວດ ແລະ ປະຈຳປີ ພ້ອມທັງລາຍງານຜົນ;
  6. ສ້າງບົດລາຍງານສະພາບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນແຕ່ລະໄລຍະ;
  7. ຄົ້ນຄວ້າ ແລະ ນຳສະເໜີວິທີການແກ້ໄຂບັນຫາຫຍຸ້ງຍາກ ເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍ ສໍາລັບ ການສ້າງຕັ້ງ ແລະ ດຳເນີນກິດຈະການ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ;
  8. ຄົ້ນຄວ້າມາດຕະການສຸກເສີນ ເພື່ອແກ້ໄຂວິກິດການ ແລະ ໄພພິບັດດ້ານຕ່າງໆ ທີ່ສົ່ງຜົນກະທົບທາງ ລົບຕໍ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ລັດຖະບານພິຈາລະນາ;
  9. ເປັນຈຸດປະສານງານ ຂອງຄະນະກໍາມະການປະສານງານ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ອາຊຽນ (ASEAN Coordinating Committee on Micro, Small and Medium Enterprises ຫຼື ACCMSME); ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຕິດຕາມ-ປະເມີນ ຜົນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ໂຄງການຮ່ວມມືຕ່າງໆ ໃນຂອບ ACCMSME ແລະ ຂອບການຮ່ວມມືອື່ນໆທີ່ຕິດພັນກັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  10. ສ້າງກົນໄກ ແລະ ເປັນຈຸດປະສານງານ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ;
  11. ຕິດຕາມ-ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານແຜນການ ແລະ ສະຖິຕິວິສາຫະ ກິດຂະໜາດນ້ອຍ ແລະ ກາງ ໃນແຕ່ລະໄລຍະ;
  12. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າກົມ.

ພະແນກພັດທະນາຜູ້ປະກອບກິດຈະການ

  1. ຄົ້ນຄວ້າສ້າງນະໂຍບາຍ ແລະ ພັດທະນາເຄື່ອງມື ເພື່ອສົ່ງເສີມໃຫ້ເກີດມີຜູ້ປະກອບກິດຈະການໃໝ່;
  2. ສົ່ງເສີມໃຫ້ເກີດມີທຸລະກິດໃໝ່ປະເພດ ສະຕາດອັບ (Start-up);
  3. ຊຸກຍູ້ໃຫ້ພາກສ່ວນຕ່າງໆ ສ້າງສູນກໍ່ສ້າງຜູ້ປະກອບກິດຈະການ (Incubation Centre);
  4. ສົ່ງເສີມໃຫ້ເກີດມີທຸລະກິດຕົວແທນ;
  5. ຊຸກຍູ້ການສ້າງ ແລະ ປັບປຸງຫຼັກສູດການເປັນຜູ້ປະກອບກິດຈະການໃໝ່ ເພື່ອບັນຈຸເຂົ້າໃນລະບົບການ ສຶກສາ;
  6. ຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ຜູ້ປະກອບກິດຈະການໃໝ່ ຫັນໄປນຳໃຊ້ດີຈີຕອນ;
  7. ສ້າງ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເພື່ອສ້າງໃຫ້ມີຜູ້ປະກອບກິດຈະ ການໃໝ່ ໂດຍສະເພາະແມ່ນຊາວໜຸ່ມ, ແມ່ຍິງ ແລະ ນັກສຶກສາ ເຊັ່ນ: ການປະກວດແຜນທຸລະກິດ, ການຝຶກອົບຮົມ ແລະ ສໍາມະນາທາງດ້ານເຕັກນິກ-ວິຊາການສະເພາະດ້ານ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບກິດຈະການໃໝ່;
  8. ສະໜອງຂໍ້ມູນ, ຂ່າວສານ ແລະ ກິດຈະກໍາຕ່າງໆ ເພື່ອສົ່ງເສີມການສ້າງ ແລະ ພັດທະນາຜູ້ປະກອບກິດ ຈະການ;
  9. ປະສານ ແລະ ຮ່ວມມືກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ພາກສ່ວນ ຕ່າງໆທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ພັດທະນາຜູ້ປະກອບກິດຈະການ;
  10. ຕິດຕາມ-ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຜູ້ປະກອບກິດຈະການ ໃນແຕ່ລະໄລຍະ;
  11. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຫົວໜ້າກົມ.

ພະແນກສະໜັບສະໜູນ ວນກ

  1. ຄົ້ນຄວ້າສ້າງ, ປັບປຸງ ແລະ ເຜີຍແຜ່ແນະນຳ ການນຳໃຊ້ບັນດາເຄື່ອງມື ເພື່ອສ້າງຄວາມເຂັ້ມແຂງໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ;
  2. ຈັດຝຶກອົບຮົມ, ສ້າງຊ່ຽວຊານສະເພາະດ້ານ, ຊ່ວຍເຫຼືອ ແລະ ໃຫ້ຄຳປຶກສາຈາກວິສາຫະກິດທີ່ປະ ສົບຜົນສຳເລັດໃຫ້ວິສາຫະກິດໃໝ່ (Mentoring), ການໃຫ້ການແນະນໍາໃນພາກປະຕິບັດຕົວຈິງ (Coaching) ແລະ ອື່ນໆ;
  3. ຄົ້ນຄວ້າຢັ້ງຢືນຄວາມເຊື່ອຖື ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ສະໜອງການບໍລິການໃຫ້ ຄຳປຶກສາພັດທະນາທຸລະກິດ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນດ້ານຕ່າງໆ;
  4. ຊຸກຍູ້ ແລະ ສະໜັບສະໜູນ ການສ້າງກົນໄກສະໜອງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ (Business Development Service ຫຼື BDS) ໃຫ້ມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບ ເປັນຕົ້ນແມ່ນການສ້າງຕັ້ງ ແລະ ການສ້າງຄວາມເຂັ້ມແຂງໃຫ້ບັນດາສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (SME Service Centre), ການສ້າງເຄືອຂ່າຍຜູ້ສະໜອງບໍລິການພັດທະນາທຸລະກິດຢູ່ໃນບັນດາແຂວງທີ່ມີທ່າແຮງ ຮ່ວມກັບພາກສ່ວນຕ່າງໆ;
  5. ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ເກີດການຮ່ວມກຸ່ມທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ, ການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມ ຂອງບັນດາສິນຄ້າ ຫຼື ຜະລິດຕະພັນທີ່ເປັນທ່າແຮງ, ການສົ່ງເສີມທຸລະກິດແບບທົ່ວເຖິງ (Inclusive Business ຫຼື IB) ແລະ ອື່ນໆ;
  6. ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າຮ່ວມໃນການຈັດຊື້-ຈັດຈ້າງຂອງລັດ ແລະ ການຮ່ວມມື ລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບວິສາຫະກິດ ຂະໜາດໃຫຍ່ ແລະ ວິສາຫະກິດທີ່ເປັນການລົງທຶນຂອງຕ່າງປະເທດ;
  7. ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ນໍາໃຊ້ຊັບສິນທາງປັນຍາ ເຂົ້າ ໃນການດໍາເນີນທຸລະກິດ ເປັນຕົ້ນແມ່ນ ຖິ່ນກຳເນີດສິນຄ້າ (GI), ສິດທິບັດ, ອານຸສິດທິບັດ, ລິຂະສິດ, ເຄື່ອງໝາຍການຄ້າ…;
  8. ຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫັນໄປນຳໃຊ້ດີຈີຕອນ;
  9. ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ ໃນຮູບແບບຕ່າງໆ ເປັນຕົ້ນແມ່ນການນໍາໃຊ້ການຄ້າທາງເອເລັກໂຕຼນິກ (e-commerce) ແລະ ການຊໍາລະສະສາງທາງອອນລາຍ;
  10. ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການປັບປຸງຄວາມສາມາດໃນດ້ານຕ່າງໆ ເຊັ່ນ: ການສ້າງຍີ່ຫໍ້ສິນຄ້າ ແລະ ການບໍລິການ, ການຫຸ້ມຫໍ່ຜະລິດຕະພັນ, ການສ້າງກາໝາຍສິນຄ້າ ແລະ ອື່ນໆ;
  11. ສະໜອງຂໍ້ມູນ ແລະ ຂ່າວສານທາງດ້ານທຸລະກິດ ທີ່ກ່ຽວຂ້ອງກັບວິສາຫະກິດຂະໜາດນ້ອຍ ແລະ ກາງ;
  12. ສົ່ງເສີມໃນການສ້າງເຄືອຂ່າຍທາງທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງພາຍໃນ ແລະ ພາກພື້ນ ເພື່ອເພີ່ມທະວີການຮ່ວມມືທາງດ້ານທຸລະກິດ;
  13. ເປັນຈຸດປະສານງານສູນບໍລິການ SME ອາຊຽນ;
  14. ສ້າງ ແລະ ຈັດຕັ້ງປະຕິບັດລະບົບການຍ້ອງຍໍ ວິສາຫະກິດຂະໜາດນ້ອຍ ແລະ ກາງ ດີເດັ່ນ;
  15. ປະສານ ແລະ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມການແບ່ງຂັ້ນຄຸ້ມຄອງ;
  16. ຕິດຕາມ-ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານສະໜັບສະໜູນວິສາຫະກິດຂະ
    ໜາດນ້ອຍ ແລະ ກາງ ໃນແຕ່ລະໄລຍະ;
  17. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຫົວໜ້າກົມ.

ພະແນກຜະລິດຕະພາບ ແລະ ຄຸນນະພາບ

  1. ເຮັດໜ້າທີ່ເປັນກອງເລຂາ ໃຫ້ອົງການຜະລິດຕະພາບ ແຫ່ງ ສປປ ລາວ;
  2. ປະສານງານ ແລະ ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຮ່ວມກັບອົງການຜະລິດຕະພາບແຫ່ງອາຊີ ແລະ ຜູ້ສະໜັບສະໜູນ ອື່ນໆ;
  3. ຄົ້ນຄວ້າສ້າງ, ປັບປຸງ ແລະ ເຜີຍແຜ່ນະໂຍບາຍ ແຜນແມ່ບົດດ້ານຜະລິດຕະພາບແຫ່ງຊາດ ຕາມແຕ່ ລະໄລຍະ;
  4. ສົ່ງເສີມການນໍາໃຊ້ເຄື່ອງມືເພີ່ມຜະລິດຕະພາບ ແລະ ຄຸນນະພາບ ເຊັ່ນ: 5ສ, ໄຄເຊັນ, GMP, HACCP, ISO ແລະ ອື່ນໆ;
  5. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ ລວມທັງການຄົ້ນຄວ້າສ້າງທຶນສົມທົບໃນການປັບປຸງ ແລະ ຍົກລະດັບທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ;
  6. ຝຶກອົບຮົມ, ການໃຫ້ຄໍາປຶກສາ, ການສ້າງບໍລິສັດຕົວແບບ ເພື່ອໃຫ້ໄດ້ຮັບການຢັ້ງຢືນດ້ານຜະລິດຕະ ພາບ ແລະ ຄຸນນະພາບລະດັບຊາດ ແລະ ສາກົນ;
  7. ສ້າງ ແລະ ຈັດຕັ້ງປະຕິບັດລະບົບການຍ້ອງຍໍຜູ້ປະກອບກິດຈະການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີຜົນງານດີເດັ່ນດ້ານຜະລິດຕະພາບ, ຄຸນນະພາບ, ນະວັດຕະກຳ ແລະ ອື່ນໆ;
  8. ສ້າງລະບົບຢັ້ງຢືນຄຸນວຸດທິຊ່ຽວຊານ ທາງດ້ານຜະລິດຕະພາບ ແລະ ຄຸນນະພາບ;
  9. ສ້າງ, ປັບປຸງ ແລະ ແນະນຳ ການນຳໃຊ້ບັນດາເຄື່ອງມືດ້ານຜະລິດຕະພາບ ແລະ ລະບົບການບໍລິຫານ ຄຸນນະພາບ ໃນພາກລັດ ແລະ ພາກທຸລະກິດ ລວມທັງວິສາຫະກິດໃນຂະແໜງການຜະລິດ (ອຸດສາ ຫະກຳ ແລະ ກະສິກຳ), ການຄ້າ ແລະ ການບໍລິການ ພ້ອມທັງເຜີຍແຜ່ໃຫ້ທົ່ວສັງຄົມ;
  10. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫຼວດ, ຄົ້ນຄວ້າ ແລະ ສ້າງບົດລາຍງານ ກ່ຽວກັບລະດັບ ຜະລິດຕະພາບຂອງ ສປປ ລາວ;
  11. ປະສານ ແລະ ຮ່ວມມືກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ພາກ ສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການຜະລິດຕະພາບ;
  12. ສ້າງແຜນດໍາເນີນງານການເຄື່ອນໄຫວ, ຕິດຕາມ-ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິ ບັດແຜນແມ່ບົດດ້ານຜະລິດຕະພາບແຫ່ງຊາດ ແລະ ການເຄື່ອນໄຫວວຽກງານການເພີ່ມຜະລິດຕະ ພາບ ແລະ ຄຸນນະພາບເປັນປົກກະຕິ;
  13. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າກົມ.

ກອງທຶນສົ່ງເສີມ ວນກ

      • ຂະແໜງບໍລິຫານ – ການເງິນ

 

  1. ຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຄຸ້ມຄອງບໍລິຫານ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກົນໄກການດໍາເນີນວຽກງານບໍລິຫານ, ການຈັດຊື້-ຈັດຈ້າງ, ການບັນຊີ ແລະ ການ ເງິນ ໃຫ້ເປັນລະບົບ ແລະ ສອດຄ່ອງກັບລະບຽບການຂອງລັດ;
  2. ຄົ້ນຄວ້າກຳນົດຕໍາແໜ່ງງານ, ຂຶ້ນແຜນ ແລະ ດຳເນີນການຮັບພະນັກງານຕາມສັນຍາ ແລະ ສ່ຽວຊານ ສະເພາະດ້ານ ຕາມໂຄງປະກອບບຸກຄະລາກອນທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງດໍາລັດສະບັບ ເລກທີ 299/ລບ, ລົງວັນທີ 04 ກັນຍາ 2019;
  3. ບໍລິການ ແລະ ຄຸ້ມຄອງເອກະສານຂອງ ທສວ, ຄຸ້ມຄອງ ແລະ ຕິດຕາມສ້າງແຜນບໍາລຸງຮັກສາ ແລະ ສ້ອມແປງຊັບສິນຂອງ ທສວ ຢ່າງເປັນປົກກະຕິ;
  4. ກະກຽມກອງປະຊຸມສະພາບໍລິຫານ ແລະ ກອງປະຊຸມຄະນະກໍາມະການກວດກາພາຍໃນ ທສວ;
  5. ຄຸ້ມຄອງ ລາຍຮັບ-ລາຍຈ່າຍ, ເກັບຮັກສາເງິນສົດ, ແຊ໋ກ ແລະ ບັນຊີເງິນຝາກຂອງ ທສວ;
  6. ສ້າງ ແລະ ສະຫຼຸບແຜນງົບປະມານການເຄື່ອນໄຫວ, ບົດລາຍງານການເງິນ ຂອງ ທສວ ປະຈໍາເດືອນ, 03 ເດືອນ, 06 ເດືອນ, 09 ເດືອນ ແລະ 01 ປີ;
  7. ສັງລວມ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ທສວ ປະຈຳເດືອນ, 03 ເດືອນ, 06 ເດືອນ, 09 ເດືອນ ແລະ 01 ປີ;
  8. ພົວພັນ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການບໍລິຫານ , ວຽກງານ ຈັດຊື້-ຈັດຈ້າງ, ບັນ ຊີ ແລະ ການເງິນ ຂອງ ທສວ;
  9. ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຜູ້ອໍານວຍການ ທສວ.
    • ຂະແໜງຄຸ້ມຄອງສິນເຊື່ອ

 

  1. ຄົ້ນຄວ້າສ້າງລະບຽບການຄຸ້ມຄອງສິນເຊື່ອ ຂອງ ທສວ;
  2. ຄົ້ນຄວ້າສ້າງ ແລະ ເຜີຍແຜ່ ແນະນຳ ກົນໄກການສະໜອງສິນເຊື່ອຮູບແບບຕ່າງໆ ເຊັ່ນ: ການສະ
    ໜອງສິນເຊື່ອຜ່ານລະບົບທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ, ສິນເຊື່ອເພື່ອຟື້ນຟູວິສາຫະ ກິດ, ສິນເຊື່ອໃນຮູບແບບການລົງທຶນຮ່ວມ, ການຄ້ຳປະກັນສິນເຊື່ອ, ການສົ່ງເສີມການເຂົ້າເຖິງແຫຼ່ງ ທຶນຜ່ານລະບົບເຕັກໂນໂລຊີດີຈີຕອນ (Fintech) ແລະ ອື່ນໆ;
  3. ຄົ້ນຄວ້າສ້າງ ລະບົບ ຄຸ້ມຄອງ-ຕິດຕາມ ການສະໜອງສິນເຊື່ອ, ການປະເມີນຜົນ ແລະ ການຍ້ອງຍໍ ທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີຜົນ ງານດີເດັ່ນໃນການນຳໃຊ້ສິນເຊື່ອ ຂອງ ທສວ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດ ລ້ອມ;
  4. ຄົ້ນຄວ້າກຳນົດເງື່ອນໄຂຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ທີ່ຈະໄດ້ຮັບທຶນ ຂອງ ທສວ;
  5. ຄົ້ນຄວ້າເງື່ອນໄຂວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈະໄດ້ຮັບສິນເຊື່ອຂອງ ທສວ;
  6. ຄົ້ນຄວ້າກຳນົດອັດຕາດອກເບ້ຍເງິນກູ້ ຜ່ານທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ;
  7. ສ້າງສັນຍາສະໜອງທຶນ ແລະ ຕິດຕາມການເກັບດອກເບ້ຍ, ຕົ້ນທຶນ ແລະ ຄ່າບໍລິການຕ່າງໆ ຈາກທະ ນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ທີ່ເຂົ້າຮ່ວມໂຄງການຂອງ ທສວ;
  8. ຄົ້ນຄວ້າບັນດາບົດສະເໜີຂໍກູ້ເງິນຈາກພາກສ່ວນຕ່າງໆຕາມລະບຽບການ ທສວ ເພື່ອນໍາສົ່ງທະນາ ຄານ ຫຼື ສະຖາບັນການເງິນອື່ນ ພິຈາລະນາຕາມລະບຽບການ;
  9. ຂຶ້ນແຜນ, ຈັດຕັ້ງປະຕິບັດ ແລະ ສະຫຼຸບລາຍງານວຽກງານສິນເຊື່ອຂອງ ທສວ ປະຈຳເດືອນ, 03 ເດືອນ, 06 ເດືອນ, 09 ເດືອນ ແລະ 01 ປີ;
  10. ຕິດຕາມ-ປະເມີນຜົນ ບັນດາວຽກງານສິນເຊື່ອຂອງ ທສວ ທີ່ໄດ້ຈັດຕັ້ງປະຕິບັດ;
  11. ພົວພັນ ແລະ ຮ່ວມມືກັບ ຂະແໜງການທີ່ກ່ຽວຂ້ອງ, ທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ ກ່ຽວກັບວຽກງານສິນເຊື່ອ ຂອງ ທສວ;
  12. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.
    • ຂະແໜງຄຸ້ມຄອງໂຄງການວິຊາການ

 

  1. ຄົ້ນຄວ້າສ້າງລະບຽບການ, ບົດແນະນໍາ ກ່ຽວກັບການສະໜອງທຶນ ທສວ ໃຫ້ໂຄງການວິຊາການ ຕ່າງໆ;
  2. ຄົ້ນຄວ້າສ້າງລະບົບຄຸ້ມຄອງ-ຕິດຕາມ ການຈັດຕັ້ງປະຕິບັດໂຄງການວິຊາການ;
  3. ຄົ້ນຄວ້າສ້າງ ແລະ ເຜີຍແຜ່ແນະນຳ ກ່ຽວກັບຮູບແບບ ແລະ ກົນໄກການສະໜອງທຶນໃຫ້ໂຄງການວິ ຊາການ;
  4. ຄົ້ນຄວ້າສັງລວມບັນດາໂຄງການວິຊາການທີ່ສະເໜີຂໍທຶນ ຕາມເງື່ອນໄຂ ແລະ ລະບຽບການ ຂອງ ທສວ ເພື່ອກະກຽມໃຫ້ກອງປະຊຸມຄະນະກຳມະການປະເມີນໂຄງການ;
  5. ຕິດຕາມ-ປະເມີນຜົນບັນດາໂຄງການ ທີ່ໄດ້ຮັບທຶນຈາກ ທສວ;
  6. ຂຶ້ນແຜນການ, ຈັດຕັ້ງປະຕິບັດ ແລະ ສະຫຼຸບລາຍງານວຽກງານໂຄງການວິຊາການ ຂອງ ທສວ ປະຈໍາ 03 ເດືອນ, 06 ເດືອນ, 09 ເດືອນ ແລະ 01 ປີ;
  7. ພົວພັນ ແລະ ຮ່ວມມືກັບ ຂະແໜງການ, ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບວຽກງານໂຄງການວິຊາ ການ;
  8. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.