ກ່ຽວກັບພວກເຮົາ

ປະຫວັດ

ຄວາມເປັນມາ
ຂອງກົມ

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຽນຫຍໍ້ “ກສວ”, ພາສາອັງກິດ Department of Small and Medium Enterprises Promotion “DOSMEP”

ກສວ ​ ຊຶ່ງຮູ້ຈັກກັນດີໃນເມື່ອກ່ອນໃນນາມ:ຫ້ອງການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEPDO) ແມ່ນ ສ້າງຕັ້ງຂື້ນໃນວັນທີ 17 ສິງຫາ 2005 ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ສະບັບເລກທີ 42/ນຍ, ລົງວັນທີ 20 ເມສາ 2004 ແລະ ຂໍ້ກຳນົດ ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ຫັດຖະກຳ (ກະຊວງພະລັງງານ ແລະ ບໍ່ແຮ່ ປະຈຸບັນ) ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການສົ່ງເສີມ ແລະ ພັດທະນາ ວນກ ແລະ ເພີ່ມຜະລິດຕະພາບແຫ່ງຊາດ ສະບັບເລກທີ 374/ອຫ, ລົງວັນທີ 17 ສິງຫາ 2005.

ກສວ ຢູ່ພາຍໃຕ້ການຊີ້ນຳໂດຍກົງ ຂອງຄະນະພັກ, ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກສວ ສະບັບເລກທີ 0718/ອຄ.ກຈພງ, ລົງວັນທີ 05 ສິງຫາ 2020.

ຈາກອາດິີດ
ຈົນເຖິງປະຈຸບັນ

ນັບແຕ່ປີ 2004 ເປັນຕົ້ນມາ ພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ບົນພື້ນຖານແຜນພັດທະນາ ວນກ ແຕ່ລະໄລຍະ ດັ່ງລຸ່ມນີ້:

ຄວາມເປັນມາ

  • ລັດຖະບານໄດ້ຮັບຮອງເອົາດຳລັດວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະບັບເລກທີ 42/ນຍ, ລົງວັນທີ 20 ເມສາ 2004.
  • ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ຫ້ອງການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນເມື່ອກອນ ໄດ້ຮັບການສ້າງຕັ້ງຂື້ນ ຢ່າງເປັນທາງການ ໃນວັນທີ 17 ສິງຫາ 2005 ຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການສົ່ງເສີມ ແລະ ພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ສະບັບເລກທີ 42/ນຍ, ລົງວັນທີ 20 ເມສາ 2004, ເຊິ່ງໄດ້ເປີດພິທີຢ່າງເປັນທາງການໃນວັນທີ 07 ເມສາ 2006.

ວິໄສທັດ

ວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນພາກສ່ວນທີ່ສຳຄັນໃນການຂັບເຄື່ອນເສດຖະກິດ ຂອງຊາດ ມີຄວາມສາມາດເຊື່ອມຕົວເຂົ້າຮ່ວມການຜະລິດ ແລະ ແລກປ່ຽນສິນຄ້າຢູ່ໃນພູມີພາກ ແລະ ສາກົນ,
ດຳເນີນທຸລະກິດພາຍໃຕ້ສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ມີກົນໄກ ສະໜັບສະໜູນຢ່າງມີປະສິດທິພາບ.

ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ 2006-2010

  1. ການສ້າງສະພາບແວດລ້ອມດ້ານລະບຽບການ ແລະ ການຄຸ້ມຄອງທີ່ເອື້ອອຳນວຍ;
  2. ການຍົກລະດັບຄວາມສາມາດໃນການແຂ່ງຂັນ;
  3. ການຂະຫຍາຍຕະຫຼາດພາຍໃນ ແລະ ຕ່າງປະເທດ;
  4. ການປັບປຸງການເຂົ້າຫາແຫຼ່ງທຶນ;
  5. ການຊຸກຍູ້ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃຫ້ແກ່ການສ້າງຕັ້ງ ບັນດາອົງການຈັດຕັ້ງທາງທຸລະກິດ;
  6. ການເສີມຂະຫຍາຍທັດສະນະຄະຕິ ແລະ ຄຸນລັກສະນະຂອງນັກປະກອບກິດຈະການໃນສັງຄົມ.

ວິໄສທັດ

ວິສາຫະກິດຂະໜາດນ້ອຍ ແລະ ກາງເປັນພາກສ່ວນທີ່ສຳຄັນໃນການປະກອບສ່ວນເຂົ້າໃນເສດຖະກິດຂອງຊາດ, ມີຄວາມສາມາດເຊື່ອມຕົວເຂົ້າຮ່ວມການຜະລິດ ແລະ ແລກປ່ຽນສິນຄ້າ ຢູ່ໃນພາກພື້ນ ແລະ ສາກົນ, ດຳເນີນທຸລະກິດພາຍໃຕ້ສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ມີກົນໄກສະໜັບສະໜູນຢ່າງມີປະສິດທິພາບ.

ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ 2011-2015

  1. ການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ແລະ ການຄຸ້ມຄອງຂອງລັດຕໍ່ການເຄື່ອນໄຫວທຸລະກິດ;
  2. ປັບປຸງການເຂົ້າຫາແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ;
  3. ການກໍ່ສ້າງຜູ້ປະກອບກິດຈະການໃໝ່;
  4. ເພີ່ມທະວີການໃຫ້ການຊ່ວຍເຫຼືອ ແລະ ການບໍລິການພັດທະນາທຸລະກິດ (Business Development Service/BDS);
  5. ເພີ່ມທະວີການຮ່ວມມືທຸລະກິດລະຫວ່າງ ວິສາຫະກິດຂະໜາດໃຫຍ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ;
  6. ສົ່ງເສີມການເພີ່ມຜະລິດຕະພາບ ເພື່ອຍົກລະດັບຄຸນນະພາບ ແລະ ມາດຕະຖານຜະລິດຕະພັນ ແລະ ການບໍລິການຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ;
  7. ສົ່ງເສີມການເຂົ້າຫາຕະຫຼາດ ແລະ ການຂະຫຍາຍຕະຫຼາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ.

ວິໄສທັດ

ວິສາຫະກິດຂະໜາດນ້ອຍ ແລະ ກາງເປັນພາກສ່ວນທີ່ສຳຄັນໃນການປະກອບສ່ວນເຂົ້າໃນເສດຖະກິດຂອງຊາດ, ມີຄວາມສາມາດເຊື່ອມຕົວ, ເຂົ້າຮ່ວມການຜະລິດ ແລະ ແລກປ່ຽນສິນຄ້າ ຢູ່ໃນພາກພື້ນ ແລະ ສາກົນ, ດຳເນີນທຸລະກິດພາຍໃຕ້ສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ມີກົນໄກສະໜັບສະໜູນຢ່າງມີປະສິດທິພາບ.

ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020

  1. ນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກຳ;
  2. ນະໂຍບາຍສົ່ງເສີມການເຂົ້າເຖິງແຫລ່ງທຶນ;
  3. ນະໂຍບາຍສົ່ງເສີມການເຂົ້າເຖິງການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ;
  4. ນະໂຍບາຍເຂົ້າເຖິງ ແລະ ຂະຫຍາຍການຕະຫລາດ;
  5. ນະໂຍບາຍສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃໝ່;
  6. ນະໂຍບາຍສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງ ແລະ ດຳເນີນທຸລະກິດ;
  7. ນະໂຍບາຍພາສີ-ອາກອນ ແລະ ດ້ານການເງິນ.