ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການວາງແຜນບັນຊີເງິນສົດ ສໍາລັບ ຈນກ

ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການວາງແຜນບັນຊີເງິນສົດ ສໍາລັບ ຈນກ

ຝຶກອົບຮົມ

ໃນວັນທີ 15-19 ພຶດສະພາ 2023, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ເເລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ທະນາຄານທຸລະກິດ ທີ່ເປັນຄູ່ຮ່ວມມື   ໃໝ່ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ໜ່ວຍງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ໃນຫົວຂໍ້: “ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການວາງແຜນບັນຊີເງິນສົດ ສໍາລັບ ຈນກ”. ຈຸດປະສົງຂອງການຈັດຊຸດຝຶກອົບຮົມ ເພື່ອໃຫ້ພະນັກງານທະນາຄານ ໄດ້ຮັບຮູ້ ແລະ ເຂົ້າໃຈ ສາມາດກວດກາ ແລະ ແນະນໍາ ຈນກ ກ່ຽວກັບ ການຂຽນແຜນທຸລະກິດ, ແຜນການເງິນ ແລະ ແຜນການບັນຊີ ທີ່ສະເໜີກູ້ຢືມເງິນໄດ້. ພ້ອມນັ້ນ, ຜູ້ເຂົ້າຮ່ວມຝຶກອົບຮົມ ຍັງໄດ້ຮັບຟັງການບັນຍາຍຈາກ ກົມຄຸ້ມຄອງການບັນຊີ, ກະຊວງການເງິນ ກ່ຽວກັບ ຖືບັນຊີຂອງ ຈນກ. ໃຫ້ກຽດເປັນປະທານກ່າວເປີດຊຸດຝຶກອົບຮົມໃນຄັ້ງນີ້ໂດຍທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜູ້ອໍານວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຄູຝຶກໃນການຈັດຝຶກອົບຮົມຄັ້ງນີ້ແມ່ນຄູຝຶກຈາກ ບໍລິສັດທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ (EDC) ມີຜູ້ເຂົ້າຮ່ວມ ຈາກທະນາຄານການຄ້າຕ່າງປະເທດ ລາວ, ທະນາຄານຫວຽດຕິນ ລາວ, ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງໝົດຈໍານວນ 25 ທ່ານ.

 

ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ຕາມທີ່ຢູ່ຂ້າງລຸ່ມນີ້:

ກະຊວງອຸດສາຫະກຳ ເເລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກອງທຶນສົ່ງເສິມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ຖະໜົນໂພນໄຊ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

 

ເບີໂທ (+856-21) 414064;

ເວັບໄຊ: https://www.laosmefund.org/

https://www.facebook.com/SmePromotionFund/

YouTube: SME Promotion Fund

Application: Lao SME Fund

Tiktok: SME Promotion Fund