ທສວ ລົງຕິດຕາມໂຄງການ ປັບປຸງ ເເລະ ພັດທະນາສີໄມ້ລາຍມືດ້ານຫັດຖະກໍາໃນຍຸກ New Normal

ທສວ ລົງຕິດຕາມໂຄງການ ປັບປຸງ ເເລະ ພັດທະນາສີໄມ້ລາຍມືດ້ານຫັດຖະກໍາໃນຍຸກ New Normal

ຂ່າວສຳຄັນ

ກອງເລຂາກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ທສວ) ໄດ້ໃຫ້ທຶນສະໜັບສະໜູນ ໂຄງການປັບປຸງ ແລະ ພັດທະນາສີໄມ້ລາຍມືດ້ານຫັດຖະກຳໃນຍຸກ New Normal ເເກ່ ສູນຫັດຖະກຳຕໍ່າແຜ່ນບ້ານໂພນໝີ ທີ່ຕັ້ງຢູ່ບ້ານ ໂພນມີ ເມືອງ ໂພນໂຮງ ເເຂວງ ວຽງຈັນ ໃນມູນຄ່າ 94.120.000 ກີບ ເພື່ອຈັດຕັ້ງປະຕິບັດກິດຈະກໍາຝຶກອົບຮົມໃຫ້ສະມາຊິກຂອງກຸ່ມ ຈໍານວນ 50 ທ່ານ. ການຝຶກອົບຮົມແບ່ງອອກເປັນ 03 ຫົວຂໍ້ ຄື: 1) ຝຶກອົບຮົມການມັດມີ່, ຍ້ອມສີທໍາມະຊາດ ແລະ ຕໍ່າຫູກ ເພື່ອສ້າງຜູ້ສຶບທອດຄຽງຄູ່ໄປກັບການພັດທະນາສີມືຂອງລຸ້ນສືບທອດຕໍ່ໄປ, ໃນປັດຈຸບັນ ແມ່ນຫາຜູ້ສຶບທອດວິຊາມັດໝີ່ໄດ້ໜ້ອຍຫຼາຍ,  2) ຝືກຮົບຮົມການຫຍິບກະເປົ໋າ ທີ່ເຮັດຈາກຫວາຍ ແລະ ໄມ້ໄຜ່ ເພື່ອຍົກລະດັບຄວາມຮູ້ໃນການອອກເເບບ ເເລະ ການຜະລິດສິນຄ້າໃນຮູບເເບບຕ່າງໆ ທີ່ຫຼາກຫຼາຍ ຈາກການຜະລິດເຄິ່ງສຳເລັດຮູບ ໃຫ້ສ້າງມູນຄ່າເພີ່ມຫຼາຍຂຶ້ນ, ແລະ 3) ຝຶກອົບຮົມການຫຸ້ມຫໍ່ ແລະ ການຂຽນເລື່ອງລາວສິນຄ້າ (Packing and Story) ໃຫ້ຊາວຊ່າງຫັດຖະກໍາໃນເຄືອຂ່າຍສະມາຊິກ ເພື່ອໃຫ້ຜູ້ຊົມໃຊ້ ເຂົ້າໃຈປະຫວັດຄວາມເປັນມາຂອງຜະລິດຕະພັນ ລວມໄປເຖິງການຄັດເລືອກວັດຖຸດິບ, ຄັດສັນວັດຖຸດິບ, ການປະກອບເປັນສິນຄ້າ ເເລະ ການຫຸ້ມຫໍ່ ທີ່ມີຄວາມສວຍງາມ ເຊິ່ງຈະສາມາດສ້າງມູນຄ່າເພີ່ມອີກດ້ວຍ.  ໂຄງການປັບປຸງ ແລະ ພັດທະນາສີໄມ້ລາຍມືດ້ານຫັດຖະກຳໃນຍຸກ New Normal ນີ້ ຈະໃຊ້ເວລາທັງໝົດ 21 ວັນ.

ກອງເລຂາ ທສວ,​ ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງວຽງຈັນ, ຫ້ອງການອຸດສາກໍາ ແລະ ການຄ້າເມືອງໂພນໂຮງ, ແລະ ສະມາຄົມຫັດຖະກຳ ໄດ້ເຂົ້າຮ່ວມໃນພິທີເປີດຊຸດຝຶກອົບຮົມ ແລະ ຮັບຟັງການລາຍງານປະຫວັດຄວາມເປັນມາຂອງສູນຫັດຖະກຳຕໍ່າແຜ່ນບ້ານໂພນໝີ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການນັບແຕ່ປີ 2005 ເປັນຕົ້ນມາ.